ການນຳໃຊ້ Linux ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງທົ່ວໂລກ ບໍ່ວ່າຈະເປັນຜູ້ໃຊ້ທົ່ວໄປ, ໜ່ວຍງານລັດ ແລະ ອຸດສາຫະກຳຕ່າງໆ ຕັ້ງແຕ່ອຸດສະຫະກຳລົດຍົນໄປຈົນເຖິງການສຳຫຼວດອະວະກາດ ໄດ້ປ່ຽນມານຳໃຊ້ເທັກໂນໂລຊີ Open Source ໄປນຳໃຊ້ຫຼາຍຂຶ້ນ ການຂະຫຍາຍໂຕຂອງ Open Source ໃນພາກທຸລະກິດກຳລັງປ່ຽນແປງບົດບາດວຽກງານທາງດ້ານ ICT ແບບເກົ່າໆ ໃຫ້ຈຳເປັນຕ້ອງມີທັກສະດ້ານ Linux ຫຼາຍຂຶ້ນ ບໍ່ວ່າທ່ານຈະເປັນຜູ້ເລີ່ມຕົ້ນສາຍອາຊີບໃນດ້ານ Open Source ຫຼື ກຳລັງຊອກຫາໂອກາດຄວາມກ້າວໜ້າໃນສາຍວຽກງານນີ້ ການກວດສອບທັກສະຂອງທ່ານ ຈະຊ່ວຍໃຫ້ທ່ານໂດດເດັ່ນໃນສາຍຕາຜູ້ຈ້າງງານ ຫຼື ຜູ້ບໍລິຫານຂອງທ່ານ
ໃບຢັ້ງຢືນ Linux Essentials ກໍຖືເປັນຈຸດເລີ່ມຕົ້ນທີ່ດີສຳລັບເສັ້ນທາງການຮຽນຮູ້ສູ່ເສັ້ນທາງ ໃບຢັ້ງຢືນ Linux Professional ທີ່ຄອບຄຸມ ແລະ ມີຄວາມຊ່ຽວຊານຫຼາຍຍິ່ງຂຶ້ນອີກດ້ວຍ
* ສາມາດນຳຄວາມຮູ້ທີ່ໄດ້ຈາກ Course ນີ້ໄປເປັນພຶ້ນຖານເພື່ອຕໍ່ຍອດໃນການສອບເສັງ Linux+ ຂອງ CompTIA ໄດ້ນຳ
** ສ່ວນຫຼຸດ 20% ສຳລັບບຸກຄະລາກອນທາງການສຶກສາ