ຄວາມກ້າວຫນ້າທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ລວມທັງເຄືອຂ່າຍສັງຄົມຕ່າງໆ ໄດ້ມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນເພີ່ມຫຼາຍຂຶ້ນ ໃນຂະນະດຽວກັນໄດ້ພົບເຫັນວ່າບັນຫາຄວາມປອດໄພທາງອິນເຕີເນັດໄດ້ມີຄວາມຮຸນແຮງເພີ່ມຫຼາຍຂຶ້ນ ເນື່ອງຈາກໄພຂົ່ມຂູ່ທາງອິນເຕີເນັດມີຜົນກະທົບທັງລະດັບຊາດ ແລະ ລະດັບອົງການຈັດຕັ້ງ, ອົງການຈັດຕັ້ງຕ້ອງພັດທະນາແຮງງານຂອງທ່ານໃຫ້ມີຄວາມຮູ້ ແລະ ຄວາມສາມາດທີ່ຈະປົກປັກຮັກສາອົງການຈັດຕັ້ງຂອງທ່ານຈາກຮູບແບບຕ່າງໆຂອງການຂົ່ມຂູ່ທາງອິນເຕີເນັດ ເຊິ່ງ CompTIA Security+ ເປັນການຢັ້ງຢືນທົ່ວໂລກກວມເອົາລະດັບຄວາມກ້ວາງຂອງໄພຂົ່ມຂູ່ທາງອິນເຕີເນັດ ການອອກແບບລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂອງອົງການຈັດຕັ້ງເພື່ອຄວາມປອດໄພ ການຕອບໂຕ້ເປັນຈຸດເລີ່ມຕົ້ນຂອງທັກສະດ້ານຄວາມປອດໄພດ້ານໄອທີທີ່ເປັນມືອາຊີບ.
* ສາມາດນຳຄວາມຮູ້ທີ່ໄດ້ຈາກ Course ນີ້ໄປເປັນພຶ້ນຖານເພື່ອຕໍ່ຍອດໃນການສອບເສັງ Certified in Cybersecurity (CC) ຂອງ ISC2 ໄດ້ນຳ (ປັດຈຸບັນສາມາດສອບເສັງໄດ້ຝີຣ)
** ສ່ວນຫຼຸດ 20% ສຳລັບບຸກຄະລາກອນທາງການສຶກສາ