CompTIA Project+ ຖືກອອກແບບມາສໍາລັບຄວາມຊ່ຽວຊານກັບອາຊີບທີ່ກ່ຽວຂ້ອງກັບການບໍລິຫານໂຄງການທາງທຸລະກິດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຜູ້ສະໝັກທີ່ຜ່ານການສອບເສັງ CompTIA Project+ ຈະມີຄວາມຮູ້ໃນໃຈຄວາມສຳຄັນໃນເລື່ອງກ່ຽວກັບວົງຈອນຊີວິດຂອງໂຄງການ, ຮູ້ ແລະ ເຂົ້າໃຈເຖິງບົດບາດ ແລະ ທັກສະທີ່ຈໍາເປັນ ສາມາດນໍາໄປໃຊ້ໄດ້ຢ່າງມີປະສິດທິພາບສໍາລັບການເລີ່ມຕົ້ນ, ການວາງແຜນ, ການດຳເນີນການ, ການກວດສອບ/ການຄວບຄຸມ ແລະ ການປິດໂຄງການ, ດັ່ງນັ້ນຈຶ່ງເຫມາະສົມສໍາລັບພະນັກງານຕັ້ງແຕ່ໃນລະດັບປະຕິບັດງານ ພະນັກງານອາວຸໂສ, ຜູ້ຄຸມງານ, ຜູ້ຈັດການ ແລະ ຜູ້ບໍລິຫານລະດັບສູງ ໂດຍສະເພາະຜູ້ທີ່ມີສ່ວນຮ່ວມໃນໂຄງການ ທັງດ້ານລູກຄ້າ ແລະ ຜູ້ໃຫ້ບໍລິການ ລວມໄປຈົນເຖິງໜ້າທີ່ໃນທຸກລະດັບໃນອົງກອນທີ່ມີການປະຍຸກ ການບໍລິຫານໂຄງການ ມາໃຊ້ໃນງານ Operation